ເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນ (UGC) ແມ່ນເນື້ອຫາໃດໆກໍຕາມທີ່ບໍ່ໄດ້ສ້າງໂດຍແບຣນເອງ ແຕ່ຖືກສ້າງໂດຍແຟນທີ່ພັກດີ, ລູກຄ້າ, ອິນຟລູເອນເຊີ, ຕົວແທນແບຣນ ຫຼື ຜູ້ຊົມໃນວົງກວ້າງ. ຜູ້ບໍລິໂພກຂອງທ່ານຊ່ວຍແບ່ງເບົາວຽກບາງສ່ວນໄປຈາກທ່ານ ໂດຍການຜະລິດເນື້ອຫາທີ່ເນັ້ນໃຫ້ເຫັນສິນຄ້າ ຫຼື ບໍລິການຂອງທ່ານ. ໃນຮູບແບບທີ່ດີທີ່ສຸດ UGC ຈະມອບແຫຼ່ງເນື້ອຫາໃໝ່ໆໃຫ້ທ່ານຢ່າງຕໍ່ເນື່ອງເພື່ອນຳໄປແບ່ງປັນ ຊ່ວຍໃຫ້ທ່ານເພີ່ມການຮັບຮູ້ແບຣນ, ດຶງດູດລູກຄ້າໃໝ່ ແລະ ສ້າງຊຸມຊົນທີ່ແທ້ຈິງຮອບທຸລະກິດຂອງທ່ານ. ທ້າຍທີ່ສຸດແລ້ວ ການບອກຕໍ່ແບບປາກຕໍ່ປາກແມ່ນໜຶ່ງໃນວິທີທີ່ຂຶ້ນຊື່ວ່າດີທີ່ສຸດໃນການເຂົ້າຫາລູກຄ້າໃໝ່ ແລະ ໃນປັດຈຸບັນສິ່ງນີ້ກໍໃຊ້ໄດ້ດີໃນອອນລາຍ ເມື່ອຜູ້ໃຊ້ແນະນຳສິນຄ້າຂອງທ່ານໃຫ້ກັບຄົນອື່ນ.
ເປັນຫຍັງທ່ານຄວນໃຊ້ UGC ໃນທຸລະກິດທີ່ເນັ້ນຜູ້ບໍລິໂພກຂອງທ່ານ?
- ສ້າງຄວາມໄວ້ໃຈຜ່ານຄວາມແທ້ຈິງ ແລະ ຫຼັກຖານຈາກສັງຄົມ
ຜູ້ຊົມຮູ້ສຶກເບື່ອກັບໂຄສະນາແບບເດີມໆແລ້ວ: 74% ຂອງຜູ້ຄົນກ່າວວ່າພວກເຂົາເບື່ອໂຄສະນາໃນໂຊເຊຍມີເດຍ. ແທນທີ່ຈະເປັນແບບນັ້ນ, ພວກເຂົາຢາກເຫັນຄົນຈິງໆແບ່ງປັນປະສົບການຈິງກັບສິນຄ້າຫຼືບໍລິການ. ນັ້ນແມ່ນຈຸດທີ່ເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນເຂົ້າມາມີບົດບາດ. UGC ສ້າງຂຶ້ນບນຄວາມແທ້ຈິງ, ຊຶ່ງ 86% ຂອງຜູ້ບໍລິໂພກ ເຫັນວ່າສຳຄັນຕໍ່ການສະໜັບສະໜູນແບຣນ. ບໍ່ເຫມືອນກັບຄຳໂຄສະນາຂາຍຂອງທີ່ຂັດເງົາຢ່າງດີ, UGC ໃຫ້ຄວາມຮູ້ສຶກແທ້ຈິງເພາະມັນມາຈາກຜູ້ໃຊ້ທົ່ວໄປ.
ຕົວເລກໄດ້ຢືນຢັນເລື່ອງນີ້ຢ່າງຊັດເຈນ: ຜູ້ຄົນມີແນວໂນ້ມ 3.1x ຫຼາຍກວ່າທີ່ຈະບອກວ່າ UGC ມີຄວາມແທ້ຈິງ ເມື່ອທຽບກັບເນື້ອຫາທີ່ແບຣນສ້າງເອງ, ແລະມີແນວໂນ້ມ 5.9x ຫຼາຍກວ່າທີ່ຈະບອກວ່າເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນແມ່ນເນື້ອຫາທີ່ແທ້ຈິງທີ່ສຸດ ເມື່ອທຽບກັບເນື້ອຫາຈາກອິນຟລູເອນເຊີ. ໃນໂລກອອນລາຍທີ່ມີທາງເລືອກບໍ່ຮູ້ຈົບ, ຜູ້ໃຊ້ບໍ່ເສຍເວລາກັບແບຣນທີ່ພວກເຂົາບໍ່ໄວ້ໃຈ. UGC ຍັງເປັນຫຼັກຖານທາງສັງຄົມໄດ້ອີກດ້ວຍ ເມື່ອຜູ້ໃຊ້ແບ່ງປັນຄຳເຫັນທີ່ຈິງໃຈຂອງພວກເຂົາຢ່າງເປີດເຜີຍ ແລະສະແດງໃຫ້ລູກຄ້າໃໝ່ເຫັນວ່າສິນຄ້າຂອງທ່ານໄດ້ຮັບຄວາມໄວ້ວາງໃຈຈາກຜູ້ທີ່ເຄີຍຊື້ມັນແລ້ວ.
- ເພີ່ມການຮັບຮູ້ແບຣນ
ເມື່ອລູກຄ້າຂອງທ່ານໂພສກ່ຽວກັບສິນຄ້າຂອງທ່ານ, ຜູ້ຕິດຕາມຂອງພວກເຂົາກໍຈະເຫັນ ແລະຊ່ວຍຂະຫຍາຍການມອງເຫັນແບຣນຂອງທ່ານໃຫ້ກວ້າງໄກອອກໄປນອກຈາກຊ່ອງທາງຂອງທ່ານເອງທັນທີ. ໃນແພລດຟອມເຊັ່ນ TikTok ແລະ Instagram, ໂປຣໄຟລ໌ສ່ວນຕົວ ແລະເນື້ອຫາທີ່ແທ້ຈິງມັກສ້າງຜົນໄດ້ດີກວ່າບັນຊີແບຣນ ໂດຍສ້າງການມີສ່ວນຮ່ວມ ແລະການເຂົ້າເຖິງແບບອິນຊີໄດ້ຫຼາຍກວ່າ. ນັ້ນໝາຍຄວາມວ່າ ລູກຄ້າໃໝ່ທີ່ມີແນວໂນ້ມຈະພົບເຫັນສິນຄ້າຂອງທ່ານໄດ້ຢ່າງເປັນທຳມະຊາດໃນຟີດຂອງພວກເຂົາ. ແທ້ຈິງແລ້ວ, 81% ຂອງຜູ້ໃຊ້ TikTok ກ່າວວ່າ ແພລດຟອມນີ້ໄດ້ແນະນຳສິ່ງທີ່ພວກເຂົາບໍ່ເຄີຍຮູ້ມາກ່ອນວ່າຕົນເອງມັກ, ແລະ 80% ຂອງຜູ້ໃຊ້ Instagram ກ່າວວ່າ ແອັບນີ້ຊ່ວຍໃຫ້ພວກເຂົາຕັດສິນໃຈໄດ້ວ່າຄວນຊື້ຫຼືບໍ່.
ຕົວຢ່າງ UGC ທີ່ມີຊື່ສຽງຫຼາຍຄື ແຄມເປນ Share a Coke ຂອງ Coca-Cola: ດ້ວຍການພິມຊື່ລົງໃນຂວດ Coca-Cola ໄດ້ຈຸງໃຈໃຫ້ຜູ້ຄົນແບ່ງປັນຮູບພາບຄູ່ກັບ Coke ຂອງພວກເຂົາໃນໂຊເຊຍມີເດຍ. ແລະມັນປະສົບຜົນສຳເລັດຢ່າງຊັດເຈນ: ແຮັດແທັກ #ShareACoke ໃນຕອນນີ້ມີຍອດການເຂົ້າເຖິງເກີນ 1 ຕື້ຄັ້ງແລ້ວ, ແລະແຄມເປນນີ້ ເພີ່ມລາຍຮັບໃຫ້ Coca-Cola ໃນປີ 2014 ຂຶ້ນ 11% ເມື່ອທຽບກັບປີ 2013.
@abbie.may13 Who will you Share a Coke with? Make sure you scan the QR code on your can to head to the Share a Coke Hub to get a personalised can! #ad @Coca-Cola #ShareACoke
♬ original sound - abbie may 🤍
- ປະຢັດຄ່າໃຊ້ຈ່າຍດ້ວຍກະແສເນື້ອຫາທີ່ບໍ່ມີສິ້ນສຸດ
ສຳລັບຫຼາຍອົງກອນ, ການຜະລິດເນື້ອຫາທີ່ສະໝ່ຳສະເໝີ ແລະ ມີຄຸນນະພາບສູງແມ່ນຄວາມທ້າທາຍຢ່າງຕໍ່ເນື່ອງ, ໂດຍສະເພາະເມື່ອມີທີມນ້ອຍ ແລະ ຊັບພະຍາກອນຈຳກັດ. ເມື່ອນຳໃຊ້ໄດ້ຢ່າງຖືກວິທີ, UGC ຊ່ວຍສ້າງກະແສເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນເອງຢ່າງສະໝ່ຳສະເໝີ ບໍ່ວ່າຈະເປັນຮູບພາບ, ວິດີໂອ ຫຼື ຣີວິວ, ຊ່ວຍໃຫ້ແບຣນບໍ່ຕ້ອງໃຊ້ຈ່າຍເງິນຫຼາຍແສນໄປກັບໂຄສະນາທາງໂທລະພາບ ຫຼື ແຄມເປນໂຊເຊຍມີເດຍທີ່ຖືກຂັດເກົາຢ່າງດີ. ມັນຍັງຊ່ວຍຫຼຸດພາລະໃຫ້ທີມການຕະຫຼາດຂອງທ່ານ, ເຮັດໃຫ້ພວກເຂົາມີເວລາໄປໂຟກັດກັບກົນລະຍຸດ ແທນທີ່ຈະຕ້ອງສ້າງເນື້ອຫາຢ່າງບໍ່ຢຸດຢັ້ງ.
- ເພີ່ມອັດຕາການປ່ຽນຜູ້ຊົມໃຫ້ເປັນລູກຄ້າ ແລະກະຕຸ້ນຍອດຂາຍ
ການບອກຕໍ່ແບບປາກຕໍ່ປາກແມ່ນໜຶ່ງໃນປັດໄຈທີ່ມີພະລັງຫຼາຍທີ່ສຸດໃນການຕັດສິນໃຈຊື້, ແລະ UGC ນຳອິດທິພົນນັ້ນໄປສູ່ອອນລາຍ. ມັນເປັນສື່ທີ່ຊົງພະລັງ ເພາະ 79% ຂອງຜູ້ບໍລິໂພກໄດ້ລະບຸວ່າ UGC ມີອິດທິພົນຕໍ່ການຕັດສິນໃຈຊື້ຂອງພວກເຂົາ. UGC ຊ່ວຍໃຫ້ແບຣນໃຊ້ເນື້ອຫາທີ່ຂັບເຄື່ອນໂດຍຊຸມຊົນຫຼາຍຂຶ້ນ ທີ່ໃຫ້ຄວາມຮູ້ສຶກຄ້າຍການສົນທະນາລະຫວ່າງໝູ່ເພື່ອນ ຫຼາຍກວ່າການໂຄສະນາແບບດັ້ງເດີມ. ຣີວິວທີ່ຊົມເຊີຍ ຫຼື ວິດີໂອຄຳຮັບຮອງທີ່ແທ້ຈິງ ອາດເປັນແຮງຜັກດັນສຸດທ້າຍທີ່ເຮັດໃຫ້ລູກຄ້າທີ່ຍັງລັງເລໃຈກົດ “ຊື້.”
- ຮຽນຮູ້ຈາກກຸ່ມຜູ້ຊົມຂອງທ່ານ
UGC ແມ່ນແຫຼ່ງຂໍ້ມູນຄຳຕິຊົມທີ່ມີຄຸນຄ່າຫຼາຍ ໂດຍໃຫ້ຂໍ້ເຫັນໂດຍກົງກ່ຽວກັບວ່າລູກຄ້າສຳຜັດກັບແບຣນຂອງທ່ານແນວໃດ. ມັນສະແດງໃຫ້ເຫັນວ່າຜູ້ຄົນໃຫ້ຄຸນຄ່າຫຍັງກັບສິນຄ້າຂອງທ່ານ, ພວກເຂົາເວົ້າເຖິງມັນແນວໃດ, ແລະ ພວກເຂົາໃຊ້ມັນໃນຊີວິດປະຈຳວັນແນວໃດ. ທ່ານສາມາດນຳພາສາເຫຼົ່ານີ້ໄປປັບແຕ່ງຂໍ້ຄວາມການຕະຫຼາດຂອງທ່ານໃຫ້ແມ່ນຍຳຂຶ້ນ, ເນັ້ນໃສ່ນ້ຳສຽງຂອງລູກຄ້າທີ່ພໍໃຈ, ແລະ ຍັງຊ່ວຍໃຫ້ທ່ານມອງເຫັນໂອກາດໃນການພັດທະນາສິນຄ້າອີກດ້ວຍ. UGC ຊ່ວຍໃຫ້ທ່ານເຂົ້າໃຈໄດ້ວ່າຫຍັງເປັນສິ່ງທີ່ສ້າງຄວາມຫົວຮ້ອນໃຫ້ລູກຄ້າຂອງທ່ານກ່ຽວກັບສິນຄ້າ ຫຼື ມີຟີເຈີໃດແດ່ທີ່ພວກເຂົາຢາກໃຫ້ມີ. ນີ້ຄືປະສົບການຈາກໂລກຄວາມເປັນຈິງທີ່ທ່ານຈະບໍ່ພົບໄດ້ໃນ focus group.

UGC ຊ່ວຍໃຫ້ແບຣນເຫັນພາບຂອງຄຳເຫັນຈາກຜູ້ບໍລິໂພກ ທັງດ້ານບວກແລະດ້ານລົບ. ສິ່ງນີ້ຊ່ວຍໃຫ້ສາມາດກວດພົບແລະຮັບມືກັບວິກິດທີ່ເກີດຂຶ້ນໂດຍບໍ່ຄາດຄິດ ຫຼືບັນຫາດ້ານ PR ໄດ້ຢ່າງວ່ອງໄວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊື່ສຽງຂອງແບຣນ.
ປະເພດຕ່າງໆຂອງ UGC (ໃນ TikTok)
TikTok ເຕີບໂຕໄດ້ດ້ວຍຄວາມຄິດສ້າງສັນ, ຄວາມແທ້ຈິງ, ແລະການມີສ່ວນຮ່ວມຂອງຄອມມູນິຕີ, ເຮັດໃຫ້ມັນເປັນແພລດຟອມທີ່ເໝາະສົມສຳລັບເນື້ອຫາທີ່ສ້າງໂດຍຜູ້ໃຊ້ (UGC). ຕັ້ງແຕ່ຊາເລນຈ໌ໄວຣັລໄປຈົນເຖິງວິດີໂອໄລຟ໌ສະໄຕລ໌, UGC ມີຫຼາຍຮູບແບບ, ແຕ່ລະແບບລ້ວນຊ່ວຍໃຫ້ແບຣນເຊື່ອມຕໍ່ກັບຜູ້ຊົມໄດ້ຢ່າງນ່າດຶງດູດ ແລະເຂົ້າເຖິງງ່າຍຫຼາຍຂຶ້ນ. ມາສຳຫຼວດປະເພດ UGC ຍອດນິຍົມທີ່ສຸດໃນ TikTok ແລະວິທີທີ່ມັນເຮັດວຽກ.
- ການທົບທວນສິນຄ້າ ແລະ ການໃຫ້ຄະແນນ
ຄະແນນສິນຄ້າແລະການທົບທວນແມ່ນຮູບແບບຂອງ UGC ທີ່ພົບເຫັນຫຼາຍທີ່ສຸດ ແລະມັກຈະມີອິດທິພົນສູງທີ່ສຸດ. ແທ້ຈິງແລ້ວ, ເກົ້າໃນສິບຂອງຜູ້ບໍລິໂພກ ບອກວ່າພວກເຂົາພິຈາລະນາການທົບທວນກ່ອນຕັດສິນໃຈຊື້. ສິ່ງເຫຼົ່ານີ້ມີຢູ່ທົ່ວໄປ ຕັ້ງແຕ່ເວັບໄຊອີຄອມເມີຊ ຈົນເຖິງແພລດຟອມຢ່າງ Yelp ແລະ Google Maps, ແລະທ່ານຍັງສາມາດນຳສະແດງພວກມັນໂດຍກົງໃນເວັບໄຊຂອງທ່ານເອງ ແລະໃນເອກະສານການຕະຫຼາດ. ຂຶ້ນກັບອຸດສາຫະກຳຂອງທ່ານ, ບາງແພລດຟອມອາດມີນ້ຳໜັກຫຼາຍເປັນພິເສດ.
ໃນ TikTok, ນີ້ແມ່ນຮູບແບບໜຶ່ງຂອງ UGC ທີ່ຜູ້ໃຊ້ສະແດງ, ທົດລອງ ຫຼື ອະທິບາຍສິນຄ້າຜ່ານວິດີໂອສັ້ນ. ໂພສເຫຼົ່ານີ້ມີປະສິດທິຜົນ ເພາະຊ່ວຍສ້າງຫຼັກຖານທາງສັງຄົມ ໂດຍການນຳສະເໜີສິນຄ້າໃຫ້ກັບກຸ່ມຜູ້ຊົມໃໝ່ໃນແນວທາງທີ່ແທ້ຈິງ ແລະ ເຂົ້າເຖິງງ່າຍ—ແລະຜູ້ຊົມກໍໄວ້ໃຈຜູ້ໃຊ້ຈິງຫຼາຍກວ່າໂຄສະນາ. ສິ່ງເຫຼົ່ານີ້ອາດປະກອບມີຄລິບ “ກ່ອນ ແລະ ຫຼັງ” ຂອງການດູແລຜິວ, ປະສົບການ unboxing ສຳລັບອຸປະກອນເທັກໂນໂລຊີ, ຫຼື ວິດີໂອສອນແບບເປັນຂັ້ນເປັນຕອນ.
ຕົວຢ່າງຂອງການຣີວິວສິນຄ້າຈາກ TikTok #cleantok
- UGC ຮູບແບບພາບ
ເນື້ອຫາ UGC ແບບພາບແມ່ນຄອນເທນຕ໌ຫຼັກທີ່ນິຍົມໃນແພລດຟອມໂຊເຊຍມີເດຍເຊັ່ນ TikTok, Facebook ຫຼື Instagram. ຮູບພາບແລະວິດີໂອຊ່ວຍສະແດງຫຼັກຖານຈິງວ່າລູກຄ້າກຳລັງມ່ວນກັບການໃຊ້ສິນຄ້າຂອງທ່ານ ບໍ່ວ່າຈະເປັນຜິວຂອງໃຜຄົນໜຶ່ງທີ່ດີຂຶ້ນຫຼັງຈາກໃຊ້ໂຟມລ້າງໜ້າຕົວໃໝ່ ຫຼືສັດລ້ຽງຂອງເຂົາກຳລັງຫຼິ້ນກັບຂອງຫຼິ້ນໃໝ່.
ດ້ວຍ “TikTokification” ຂອງໂຊເຊຍມີເດຍ, ຜູ້ຊົມໄດ້ຄຸ້ນເຄີຍກັບການມີສ່ວນຮ່ວມກັບເນື້ອຫາທີ່ເນັ້ນພາບເປັນຫຼັກ, ຊຶ່ງບໍ່ພຽງແຕ່ດຶງດູດໃຈໄດ້ຫຼາຍກວ່າ ແຕ່ຍັງມີໂອກາດສູງກວ່າທີ່ຈະກາຍເປັນໄວຣັລ. ການສົ່ງເສີມໃຫ້ຜູ້ໃຊ້ແບ່ງປັນປະສົບການຂອງຕົນເອງ ສາມາດສ້າງລະບົບນິເວດເນື້ອຫາຮອບແບຣນຂອງທ່ານທີ່ຂັບເຄື່ອນໂດຍຊຸມຊົນ.
ຕົວຢ່າງທີ່ໂດດເດ່ນຄື GoPro ທີ່ເຊີນຊວນໃຫ້ຜູ້ໃຊ້ບັນທຶກແລະແບ່ງປັນຊ່ວງເວລາທີ່ຕື່ນເຕ້ນທີ່ສຸດຂອງພວກເຂົາ ຕັ້ງແຕ່ກິລາຜາດໂຜນໄປຈົນເຖິງການເດີນທາງສຸດຍິ່ງໃຫຍ່. ວິດີໂອຫຼາຍອັນໃນນັ້ນໄດ້ກາຍເປັນໄວຣັລ ໂດຍສະແດງໃຫ້ເຫັນເຖິງຄວາມທົນທານແລະຄວາມຫຼາກຫຼາຍໃນການໃຊ້ງານຂອງສິນຄ້າ ລວມເຖິງ ການດິ່ງລົງແບບເສລີຂອງ Felix Baumgartner ຈາກຊັ້ນສະຕຣາໂຕສະເຟຍ.
- ແຄມເປນທ້າທາຍດ້ວຍ Hashtag
ແຄມເປນ Hashtag Challenge ແມ່ນແຄມເປນທີ່ແບຣນ ຫຼື ຄຣີເອເຕີ ຊຸກຍູ້ໃຫ້ຜູ້ໃຊ້ສ້າງຄອນເທນຕ໌ຮອບ hashtag ສະເພາະຂອງແບຣນ ຫຼື hashtag ທີ່ກຳລັງເປັນກະແສ. ມັນໄດ້ຜົນເພາະປ່ຽນການສ້າງຄອນເທນຕ໌ໃຫ້ກາຍເປັນປະສົບການມີສ່ວນຮ່ວມທີ່ຂັບເຄື່ອນໂດຍຊຸມຊົນ ແລະ ມັກນຳໄປສູ່ຊ່ວງເວລາໄວຣັລ. ຜູ້ໃຊ້ມັກສະແດງຄວາມຄິດສ້າງສັນຂອງຕົນ ແລະ hashtag ນັ້ນກໍຊ່ວຍຮວບຮວມຜົນງານນັບພັນໄວ້ໃນຟີດດຽວທີ່ຄົ້ນຫາໄດ້.
ຕົວຢ່າງແບບຄລາສສິກແມ່ນແຄມເປນ #InMyDenim ຂອງ Guess ທີ່ເຊີນຊວນໃຫ້ຜູ້ໃຊ້ແບ່ງປັນການປ່ຽນລຸກການແຕ່ງຕົວຜ່ານວິດີໂອສັ້ນໆທີ່ມີສະໄຕລ໌. ແຄມເປນນີ້ສ້າງການມີສ່ວນຮ່ວມຢ່າງມະຫາສານ ໂດຍມີໂພສຈາກຜູ້ໃຊ້ຈິງຫຼາຍພັນລາຍການທີ່ຊ່ວຍເນັ້ນໃຫ້ແບຣນໂດດເດັ່ນ.
@kuhleeuh Had a fun day #inmydenim ✨👖✨ @guess #style #OOTD
♬ original sound - Kalia 🎤❤
- ດູເອັດ ແລະ ສະຕິດ
Duets ແລະ Stitches ຊ່ວຍໃຫ້ຜູ້ໃຊ້ TikTok ສາມາດໂຕ້ຕອບກັບເນື້ອຫາທີ່ມີຢູ່ໄດ້ໂດຍກົງ. ໃນ duet ຜູ້ໃຊ້ສາມາດປາກົດຄຽງຂ້າງກັບວິດີໂອຕົ້ນສະບັບ, ຂະນະທີ່ stitch ເຮັດໃຫ້ພວກເຂົານຳບາງສ່ວນຂອງວິດີໂອອື່ນມາປະສົມເຂົ້າໃນວິດີໂອຂອງຕົນເອງ. ສິ່ງນີ້ໄດ້ຜົນດີເພາະຊ່ວຍກະຕຸ້ນການມີສ່ວນຮ່ວມ, ການຮ່ວມມື, ແລະການຂະຫຍາຍການເຂົ້າເຖິງຂອງເນື້ອຫາ ພ້ອມກັບເປີດໂອກາດໃຫ້ຜູ້ໃຊ້ມີອິດສະລະດ້ານຄວາມຄິດສ້າງສັນ.
ຕົວຢ່າງເຊັ່ນ ແບຣນຟິດເນສໜຶ່ງອາດຈະໂພສວິດີໂອສອນອອກກຳລັງກາຍ ແລະຜູ້ໃຊ້ສາມາດ duet ກັບຄອນເທນນັ້ນເພື່ອສາທິດເວີຊັນການອອກກຳລັງກາຍຂອງຕົນເອງ ຊຶ່ງຊ່ວຍສ້າງຄອນເທນຮູບແບບທີ່ຜູ້ໃຊ້ຂັບເຄື່ອນນັບພັນຮູບແບບ ພ້ອມກັບຊ່ວຍໂປຣໂມດແບຣນຢ່າງເປັນທຳມະຊາດ.
- ເນື້ອຫາແບບຮ່ວມມື
ເນື້ອຫາແບບຮ່ວມມືເກີດຂຶ້ນເມື່ອແບຣນແລະຜູ້ໃຊ້, ມັກຈະຜ່ານອິນຟລູເອນເຊີ ຫຼື ແຟນຕົວຈິງ, ຮ່ວມກັນສ້າງວິດີໂອ ຫຼື ແຄມເປນ. UGC ປະເພດນີ້ໄດ້ຜົນເພາະມັນໃຫ້ຄວາມຮູ້ສຶກແທ້ຈິງ, ສ້າງຄວາມໄວ້ວາງໃຈ ແລະ ເສີມສ້າງຄວາມຜູກພັນກັບແບຣນ.
ຕົວຢ່າງໜຶ່ງຂອງຄວາມພະຍາຍາມນີ້ໄດ້ຖືກສະແດງໂດຍ Chitpotle ເມື່ອແບຣນໄດ້ເຂົ້າຮ່ວມສ້າງເມນູໃໝ່ຮ່ວມກັນ ໂດຍໄດ້ແຮງບັນດານໃຈຈາກວິດີໂອຂອງຄຣີເອເຕີ UGC ທີ່ເປັນກະແສ. ຄຣີເອເຕີໄດ້ແບ່ງປັນໄອເດຍ steak quesadilla ແບບ hack ທີ່ບໍ່ໄດ້ຢູ່ໃນເມນູ, ແຕ່ແບຣນໄດ້ຈັບມືກັບອິນຟລູເອນເຊີເພື່ອເລັ່ງນຳມັນອອກສູ່ຕະຫຼາດ ແລະປ່ຽນ hack ອອນລາຍນັ້ນໃຫ້ກາຍເປັນລາຍການໃນເມນູຈິງ. ແທນທີ່ຈະເຮັດເພີຍແຕ່ໂພສສະປອນເຊີແບບງ່າຍໆກັບຄຣີເອເຕີ TikTok ຕົ້ນສະບັບ ຫຼັງຈາກລາຍການເມນູໃໝ່ພ້ອມແລ້ວ, Chipotle ຍັງລວມເອົາອິນຟລູເອນເຊີ ແລະຜູ້ຕິດຕາມຂອງພວກເຂົາເຂົ້າມາຮ່ວມໃນຂະບວນການເພີ່ມລາຍການນີ້ ເພື່ອຮັກສາໃຫ້ຜູ້ຊົມຍັງຄົງມີສ່ວນຮ່ວມ ແລະສົນໃຈຢູ່ຕໍ່ໄປ.
@chipotle Everybody relaxxxxx. It’s coming to the app in March. @Keith Lee @Alexis Frost #chipotle #quesadillahack #fajitasquesadilla #chipotlehack
♬ original sound - Chipotle
- ເນື້ອຫາແບບບັນທຶກຊີວິດປະຈຳວັນ / ວິຖີຊີວິດ
ເນື້ອຫາແນວ “ມື້ໜຶ່ງໃນຊີວິດ” ຫຼື lifestyle ແມ່ນເນື້ອຫາທີ່ຜູ້ໃຊ້ນຳສະເໜີສິນຄ້າ ຫຼື ປະສົບການໃຫ້ເຫັນເປັນສ່ວນໜຶ່ງຂອງກິດຈະວັດປະຈຳວັນ. UGC ປະເພດນີ້ມີປະສິດທິຜົນເພາະວ່າເຂົ້າເຖິງງ່າຍ, ຈິງໃຈ, ແລະ ຊວນໃຫ້ຢາກມີສ່ວນຮ່ວມ ຊຶ່ງຊ່ວຍໃຫ້ຜູ້ຊົມເຫັນໄດ້ວ່າສິນຄ້າເຂົ້າກັບຊີວິດຈິງໄດ້ຢ່າງເປັນທຳມະຊາດ.
ຕົວຢ່າງເຊັ່ນ ອິນຟລູເອນເຊີດ້ານຟິດເນສ ອາດນຳສະເໜີອາຫານເສີມໂປຣຕີນໃນກິດຈະວັດຕອນເຊົ້າຂອງພວກເຂົາ ໃນຂະນະທີ່ຜູ້ທີ່ຮັກການທ່ອງທ່ຽວເນັ້ນໃຫ້ເຫັນກະເປົາເດີນທາງ ຫຼື ອຸປະກອນເທັກໂນໂລຢີລະຫວ່າງການເດີນທາງ. ເນື້ອຫາໄລຟ໌ສະໄຕລ໌ຊ່ວຍໃຫ້ແບຣນສາມາດເຊື່ອມໂຍງກັບຜູ້ຊົມໄດ້ທາງອາລົມ ພ້ອມທັງສະແດງໃຫ້ເຫັນຄຸນຄ່າການໃຊ້ງານໃນຊີວິດຈິງ.
@ninojulia In paid collaboration with @blockhead.store | A DAY IN OUR LIFE AS A COUPLE AND DANCERS ✨
♬ original sound - Nino&Julia
ວິທີສ້າງກຸດລະຍຸດການຕະຫຼາດ UGC ເພື່ອຂະຫຍາຍທຸລະກິດຂອງທ່ານ?
ມັນອາດຈະດຶງດູດໃຫ້ພຽງແຕ່ເປີດຕົວແຄມເປນແລ້ວເບິ່ງວ່າຜູ້ຄົນຈະຕອບສະໜອງແນວໃດ, ແຕ່ຖ້າບໍ່ມີແຜນການ UGC ອາດຈະສົ່ງຜົນກັບຄືນໃນເວລາອັນໄວ. ຕົວຢ່າງເຕືອນໃຈແບບຄລາສສິກຄືແຄມເປນ #McDStories ຂອງ McDonald’s, ເຊິ່ງຖືກຜູ້ໃຊ້ນຳໄປໃຊ້ໃນທາງລົບດ້ວຍການແບ່ງປັນເລື່ອງຮ້າຍຈາກປະສົບການລູກຄ້າ ແລະກາຍເປັນ #McFail ພາຍໃນບໍ່ກີ່ຊົ່ວໂມງ.
ເພື່ອຫຼີກລ້ຽງຄວາມຜິດພາດແບບນີ້, ເລີ່ມຕົ້ນໂດຍ:
- ຖອຍອອກມາເບິ່ງພາບລວມ ແລ້ວກຳນົດກົນລະຍຸດຂອງທ່ານ. ລອງຄິດເບິ່ງວ່າລູກຄ້າທີ່ພັກດີກັບທ່ານທີ່ສຸດເຄີຍຮູ້ຈັກທ່ານຜ່ານຊ່ອງທາງໃດໃນອະດີດ ແລ້ວລົງແຮງໃຫ້ຫນັກຂຶ້ນກັບຊ່ອງທາງເຫຼົ່ານັ້ນ.
- ໃຊ້ເຄື່ອງມືວິເຄາະໂຊເຊຍມີເດຍເຊັ່ນ Exolyt ເພື່ອເຂົ້າໃຈວ່າຜູ້ຄົນກຳລັງເວົ້າຫຍັງກ່ຽວກັບແບຣນຂອງທ່ານຢູ່ໃນ TikTok ແລ້ວ, ເນື້ອຫາແບບໃດທີ່ໂດນໃຈ, ແລະຄຳແນະນຳຈາກຜູ້ໃຊ້ດ້ວຍກັນເກີດຂຶ້ນຢູ່ບ່ອນໃດ.
- ມອງ UGC ໃຫ້ເປັນກຸດລະຍຸດລະຍະຍາວ ບໍ່ແມ່ນແຄມເປນຄັ້ງດຽວ. ຕິດຕາມ UGC ເພື່ອຊອກຫາຜູ້ແທນທີ່ເໝາະສົມ, ຄັດກອງ ແລະນຳເນື້ອຫາຂອງເຂົາມານຳໃຊ້ໃໝ່ ເພື່ອໃຫ້ແນ່ໃຈວ່າສອດຄ່ອງກັບຄຸນຄ່າແບຣນຂອງທ່ານ.
ຖ້າເຮັດໄດ້ຖືກຕ້ອງ, UGC ຈະຊ່ວຍຂັບເຄື່ອນສາຍການຜະລິດຄອນເທນຂອງທ່ານໃຫ້ໄວດັ່ງສາຍຟ້າ. ແຕ່ຖ້າຂາດໂຄງສ້າງ, ມັນກໍອາດຈະລຸດຈາກການຄວບຄຸມໄດ້ຢ່າງໄວ. ລະບົບຈັດການຄອນເທນທີ່ສະຫຼາດຈະຊ່ວຍໃຫ້ທ່ານປ່ຽນຜົນງານດິບຈາກຜູ້ໃຊ້ໃຫ້ກາຍເປັນໂອກາດການເຕີບໂຕທີ່ຂະຫຍາຍໄດ້.
- ເມື່ອທ່ານຮູ້ແລ້ວວ່າຄວນໂຟກັສຢູ່ຈຸດໃດ, ທ່ານກໍສາມາດອອກແບບແຄມເປນໃຫ້ສອດຄ່ອງກັບຜູ້ໃຊ້ຂອງທ່ານໄດ້ເຊັ່ນກັນ. ເຮັດໃຫ້ພວກເຂົາມີສ່ວນຮ່ວມໄດ້ງ່າຍຂຶ້ນໂດຍການແນະນຳແຮັດແທັກທີ່ຊັດເຈນ ແລະຕຽມຄວາມພ້ອມຝັ່ງຂອງທ່ານເອງດ້ວຍການຈັດສັນເວລາແລະຊັບພະຍາກອນເພື່ອຈັດການຄອນເທນທີ່ເຂົ້າມາ.
- ໃນລະຫວ່າງແຄມເປນ, ຕິດຕາມແຮັດແທັກ ແລະ ການກ່າວເຖິງທັງໝົດທີ່ກ່ຽວຂ້ອງກັບແບຣນຂອງທ່ານ ໂດຍເຄື່ອງມື social listening ສາມາດຊ່ວຍໃຫ້ເຮັດໄດ້ງ່າຍຂຶ້ນ.
Exolyt ຈັບແກ່ນສຳຄັນຂອງ UGC ກ່ຽວກັບແບຣນ ຫຼື ຫົວຂໍ້ໃດກໍໄດ້ ແລະຊ່ວຍໃຫ້ຜູ້ໃຊ້ສຳຫຼວດເນື້ອຫາທີ່ກ່ຽວຂ້ອງ ພ້ອມຂໍ້ມູນເຊິ່ງເລິກໄດ້ຢ່າງຄົບຖ້ວນ. ນອກຈາກນັ້ນ ຍັງຕິດຕາມເນື້ອຫາ organic ທີ່ຖືກເຜີຍແຜ່ ຫຼື ສ້າງຮ່ວມກັນໂດຍຜູ້ສ້າງ UGC ໃນລະບົບນິເວດ TikTok.
ນີ້ແມ່ນວິທີທີ່ທ່ານສາມາດຮັບຟັງ ແລະ ຕິດຕາມ UGC ເພື່ອຊ່ວຍເສີມພະລັງໃຫ້ກັບການຕະຫຼາດຜ່ານ influencer ໃນ TikTok.
ອີກວິທີໜຶ່ງໃນການເສີມຄວາມແຂງແຮງໃຫ້ກັບກົນລະຍຸດ UGC ຂອງທ່ານ ແມ່ນການສະແດງພະລັງການສົ່ງເສີມແບຣນຂອງທ່ານ. ເນັ້ນໃຫ້ເຫັນວ່າແບຣນຂອງທ່ານຢືນຢັດເພື່ອຫຍັງ ແລະເຊື່ອມໂຍງ UGC ເຂົ້າກັບພາລະກິດທີ່ໃຫຍ່ກວ່າ ເພື່ອໃຫ້ການມີສ່ວນຮ່ວມຮູ້ສຶກມີຄວາມໝາຍ ແລະກ່ຽວຂ້ອງຫຼາຍຂຶ້ນ. ທ່ານຍັງສາມາດຮ່ວມມືກັບບໍລິສັດອື່ນ ຫຼືອົງກອນບໍ່ຫາກຳໄລ ເພື່ອຂະຫຍາຍການເຂົ້າເຖິງ ແລະສະໜັບສະໜູນເປົ້າໝາຍທີ່ທ່ານໃສ່ໃຈ.
White Cup Contest ຂອງ Starbucks ແມ່ນຕົວຢ່າງທີ່ດີຫຼາຍ. ໂດຍການເຊີນໃຫ້ລູກຄ້າອອກແບບແກ້ວນຳກັບມາໃຊ້ໃໝ່ຂອງຕົນເອງ, Starbucks ສ້າງເນື້ອຫາທີ່ສ້າງສັນໄດ້ຈຳນວນຫຼາຍ ພ້ອມກັບສົ່ງເສີມຄວາມຍືນຍົງ ແລະຄວາມພັກດີຕໍ່ແບຣນໄປພ້ອມກັນ.
ວິທີເກັບກໍາ UGC ສໍາລັບແບຣນຂອງທ່ານຢ່າງຊານສະຫຼາດ?
- ຂໍມັນໂດຍກົງ: ວິທີທີ່ດີທີ່ສຸດໃນການເກັບກໍາ UGC ແມ່ນການຂໍມັນໂດຍກົງ. ລູກຄ້າຈໍານວນຫຼາຍຍິນດີແບ່ງປັນຄໍາຄິດເຫັນ ຫຼື ຣີວິວຂອງພວກເຂົາ. ຊຸກຍູ້ໃຫ້ລູກຄ້າໃຊ້ແຮັດແທັກຂອງແບຣນ ແລະ ແທັກໂປຣໄຟລ໌ຂອງທ່ານ ເພື່ອໃຫ້ເຫັນໄດ້ງ່າຍ.
- ໃຫ້ມັນເປັນສ່ວນຕົວ: ຂອບໃຈລູກຄ້າຂອງທ່ານຫຼັງຈາກການຊື້ ແລະເຊີນພວກເຂົາໃຫ້ແບ່ງປັນປະສົບການຂອງຕົນ. ປັບແຕ່ງຂໍ້ຄວາມໃຫ້ເປັນສ່ວນຕົວເພື່ອເພີ່ມອັດຕາການຕອບກັບ (ເຊັ່ນ: “ສະບາຍດີ Lauren, ທ່ານກຳລັງໃຊ້ຂວດນ້ຳໃໝ່ຂອງທ່ານແນວໃດແດ່?”).
- ສະເໜີແຮງຈູງໃຈ: ການສ້າງກຸ່ມຜູ້ຕິດຕາມຕ້ອງໃຊ້ເວລາ, ດັ່ງນັ້ນການໃຫ້ແຮງຈູງໃຈເພີ່ມອີກເລັກນ້ອຍແກ່ລູກຄ້າສາມາດຊ່ວຍໄດ້. ລອງນຶກເຖິງການຈັບສະຫຼາກ, ສ່ວນຫຼຸດ, ຫຼື ສິນຄ້າຟຣີໃນການຈັດສົ່ງຄັ້ງຕໍ່ໄປສຳລັບທຸກໂພສທີ່ຖືກແຊຣ໌. ທ່ານຍັງສາມາດເຊື່ອມ UGC ຂອງທ່ານເຂົ້າກັບໂຄງການສະສົມຄະແນນລູກຄ້າ ແລະ ມອບສິດປະໂຫຍດໃຫ້ແກ່ລູກຄ້າທີ່ແຊຣ໌ກ່ຽວກັບແບຣນຂອງທ່ານໃນໂຊຊຽວ.
- ຂໍອະນຸຍາດກ່ອນສະເໝີ: ກ່ອນທີ່ຈະແບ່ງປັນ UGC, ໃຫ້ແນ່ໃຈວ່າທ່ານໄດ້ຮັບອະນຸຍາດທາງກົດໝາຍໃນການນຳໃຊ້ເນື້ອຫາທີ່ຜູ້ໃຊ້ສົ່ງມາ. ແມ່ນແຕ່ໂພສນັ້ນຈະເປັນສາທາລະນະ ທ່ານກໍບໍ່ສາມາດນຳມັນໄປໃຊ້ໃນການຕະຫຼາດຂອງທ່ານໄດ້ທັນທີ. ໃຫ້ເຄຣດິດຢ່າງເໝາະສົມໂດຍການແທັກ ຫຼື ກ່າວເຖິງຜູ້ສ້າງເນື້ອຫາສະເໝີ
ວິທີວັດແທກຄວາມສຳເລັດຂອງ TikTok UGC ໂດຍໃຊ້ Exolyt?
ເມື່ອແຄມເປນ UGC ຂອງທ່ານເລີ່ມເຮັດວຽກແລ້ວ, ການວັດແທກຜົນກະທົບແມ່ນສິ່ງສຳຄັນ. ດ້ວຍ Exolyt, ທ່ານສາມາດຕິດຕາມຜົນການດຳເນີນງານຂອງ UGC ຂອງທ່ານໃນ TikTok. ນີ້ແມ່ນບາງຕົວຢ່າງຂອງຟີເຈີທີ່ທ່ານຄວນໃຊ້:
- ການຮັບຟັງສື່ສັງຄົມ:
ເລີ່ມຕົ້ນດ້ວຍ Social Listening! ແທນທີ່ຈະດຳເນີນການສຳຫຼວດແບຣນທີ່ມີຄ່າໃຊ້ຈ່າຍສູງ, Exolyt ຊ່ວຍໃຫ້ທ່ານເຂົ້າໃຈວ່າລູກຄ້າຮູ້ສຶກແນວໃດຕໍ່ແບຣນ, ຜະລິດຕະພັນ, ບໍລິການ ຫຼື ຄູ່ແຂ່ງ ໂດຍກົງເທິງ TikTok. ດ້ວຍການວິເຄາະຄວາມຮູ້ສຶກ ແລະ ການຕິດຕາມ share-of-voice, ທ່ານສາມາດກວດເບິ່ງການກ່າວເຖິງແບຣນ ແລະ ວິທີທີ່ຜູ້ຄົນຕອບຮັບໄດ້ຢ່າງວ່ອງໄວ. ດ້ວຍການຕິດຕາມແນວໂນ້ມ ແລະ ວິດີໂອ, ທ່ານສາມາດຕິດຕາມຜູ້ສ້າງ UGC ຂອງທ່ານ, ຄົ້ນຫາຄວາມຕ້ອງການ ແລະ ຄວາມມັກຂອງພວກເຂົາ, ແລະ ປ່ຽນພວກເຂົາໃຫ້ກາຍເປັນຜູ້ສະໜັບສະໜູນແບຣນທີ່ພັກດີຕໍ່ທ່ານ.
ນີ້ແມ່ນວິທີທີ່ທ່ານສາມາດຕິດຕາມທຸກຮູບແບບຂອງການກ່າວເຖິງແບຣນໃນວິດີໂອ, ແທັກ, ຄຳບັນຍາຍ, ຄອມເມັນ ແລະ ເນື້ອຫາພາຍໃນວິດີໂອເທິງ TikTok ຜ່ານ Exolyt - ເບິ່ງທີ່ນີ້!
- ການເຕີບໂຕ ແລະ ປະສິດທິພາບຂອງວິດີໂອ UGC
Exolyt ຊ່ວຍໃຫ້ທ່ານເຫັນພາບທີ່ຊັດເຈນວ່າ UGC ຂອງທ່ານມີຜົນການດຳເນີນແນວໃດຕາມເວລາ ໂດຍຕິດຕາມຕົວຊີ້ວັດສຳຄັນເຊັ່ນ ຍອດຮັບຊົມ, ຍອດຖືກໃຈ, ຄອມເມັນ, ການແບ່ງປັນ ແລະ ອັດຕາການມີສ່ວນຮ່ວມ. ທ່ານສາມາດຕິດຕາມເສັ້ນໂຄ້ງການເຕີບໂຕຂອງແຕ່ລະວິດີໂອເພື່ອສັງເກດວ່າເມື່ອໃດທີ່ມັນກຳລັງໄດ້ແຮງສົ່ງ ຫຼື ເລີ່ມຊະລໍຕົວ ຊ່ວຍໃຫ້ທ່ານເຂົ້າໃຈໄດ້ດີຂຶ້ນວ່າເນື້ອຫາແບບໃດທີ່ໂດນໃຈຜູ້ຊົມຂອງທ່ານຫຼາຍທີ່ສຸດ. ສິ່ງນີ້ຊ່ວຍໃຫ້ການລະບຸເນື້ອຫາທີ່ປະສົບຜົນສຳເລັດເຮັດໄດ້ງ່າຍຂຶ້ນ ແລະ ນຳຄວາມສຳເລັດນັ້ນໄປຕໍ່ຍອດໃນແຄມເປນຄັ້ງຕໍ່ໄປ.
- ແຮຊແທັກ
ດ້ວຍ Exolyt, ທ່ານສາມາດຕິດຕາມການເຕີບໂຕຂອງແຮັດແທັກຫຼາຍລາຍການທີ່ influencer ແລະຜູ້ສ້າງ UGC ກຳລັງນຳໃຊ້. ນີ້ຄອບຄຸມໄດ້ຫຼາຍກວ່າແຮັດແທັກສຳລັບແຄມເປນຂອງທ່ານໂດຍສະເພາະ: ດ້ວຍການຕິດຕາມຄຳທີ່ກ່ຽວຂ້ອງ ແລະຫົວຂໍ້ທີ່ກຳລັງເປັນກະແສ, ທ່ານສາມາດຄົ້ນພົບເນື້ອຫາທີ່ຫຼາກຫຼາຍຂຶ້ນທີ່ເຊື່ອມໂຍງກັບແບຣນຂອງທ່ານ. ນອກຈາກນັ້ນ ທ່ານຍັງສາມາດເຫັນໄດ້ວ່າແຮັດແທັກໃດ ແລະເນື້ອຫາປະເພດໃດທີ່ກຳລັງໄດ້ຜົນດີ ເພື່ອນຳໄປສ້າງແຄມເປນຂອງທ່ານໃຫ້ເໝາະສົມ.
- ແຄມເປນການຕະຫຼາດຜ່ານອິນຟລູເອນເຊີ:
ເມື່ອທ່ານດຳເນີນແຄມເປນ UGC ກັບອິນຟລູເອນເຊີ, Exolyt ຊ່ວຍໃຫ້ການຕິດຕາມວິດີໂອຂອງຄຣີເອເຕີທັງໝົດເປັນເລື່ອງງ່າຍ ໃນບ່ອນດຽວ. ທ່ານສາມາດຈັດກຸ່ມວິດີໂອໄວ້ໃນໂຟນເດີດຽວກັນ ແລະ ປຽບທຽບຜົນການດຳເນີນງານແບບຄຽງຂ້າງກັນ ລວມທັງຕົວຊີ້ວັດເຊັ່ນ CPM. ຟີເຈີຕິດຕາມແຄມເປນ Influencer Campaign ຊ່ວຍໃຫ້ທ່ານຕິດຕາມທັງຜົນລັບແບບເວລາຈິງ ແລະ ຜົນລັບຍ້ອນຫຼັງຂອງແຄມເປນ ພາຍໃນຊ່ວງເວລາທີ່ທ່ານເລືອກ, ເຮັດໃຫ້ທ່ານເຫັນພາບລວມຄົບຖ້ວນວ່າການຮ່ວມງານກັບອິນຟລູເອນເຊີ ແລະ UGC ຂອງທ່ານກຳລັງສ້າງຜົນງານໄດ້ດີພຽງໃດ.
ນີ້ແມ່ນວິທີທີ່ທ່ານສາມາດເລີ່ມຕົ້ນກັບ Influencer Marketing ໃນ Exolyt - ເບິ່ງໄດ້ທີ່ນີ້!
ສະຫຼຸບ
UGC ບໍ່ແມ່ນພຽງແຕ່ຄອນເທນຕ໌ເທົ່ານັ້ນ; ມັນແມ່ນເຄື່ອງຈັກຂັບເຄື່ອນການເຕີບໂຕທີ່ຂັບເຄື່ອນໂດຍລູກຄ້າຂອງທ່ານ. ໂດຍການສົ່ງເສີມເລື່ອງລາວທີ່ແທ້ຈິງ, ບໍລິຫານພວກມັນຢ່າງຊານສະຫຼາດ, ແລະວັດແທກຜົນລັບດ້ວຍເຄື່ອງມືເຊັ່ນ Exolyt, ທ່ານສາມາດປ່ຽນຄວາມຄິດສ້າງສັນຂອງຜູ້ໃຊ້ໃຫ້ກາຍເປັນໂອກາດການເຕີບໂຕທີ່ຂະຫຍາຍໄດ້.
ເລີ່ມໃຊ້ງານການຕິດຕາມສຽງຈາກສັງຄົມຂອງ TikTok ຕັ້ງແຕ່ມື້ນີ້
ເລີ່ມຕົ້ນດ້ວຍການທົດລອງໃຊ້ຟຣີ 7 ມື້ ຫຼືຕິດຕໍ່ທີມງານຂອງພວກເຮົາເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຟີເຈີຂອງແພລດຟອມ ແລະກໍລະນີການນຳໃຊ້ທີ່ເປັນໄປໄດ້.


